บทความ

กำลังแสดงโพสต์จาก มิถุนายน, 2018

ແບບຟອມສະໝັກງານ

https://docs.google.com/forms/d/e/1FAIpQLSf4KqSJCk0l5leV_kgPEAhlKBukdIQ22gZ7tVtz1sdp0mCjFA/viewform?usp=sf_link

ຕົວເມືອງໂພນສະຫວັນ

รูปภาพ
ທ່ຽວດິນແດນເມືອງຊຽງ 1.  ປະຫວັດຄວາມເປັນມາຂອງເມືອງແປກ.   ດິນແດນເມືອງແປກ ແຂວງຊຽງຂວາງ ໃນເມື່ອກ່ອນ ມີຂອບເຂດຊາຍແດນຕິດກັບບັນດາແຂວງ ແລະ ເມືອງອື່ນໆຄື: ທິດເໜືອຕິດກັບແຂວງຫົວພັນ, ທິດໃຕ້ຕິດກັບແຂວງວຽງຈັນ, ທິດຕາເວັນອອກສ່ຽງເໜືອ ຕິດກັບເມືອງຄຳ, ທິດຕາເວັນອອກສ່ຽງໃຕ້ຕິດ ກັບເມືອງຄູນ, ທິດຕາເວັນຕົກສ່ຽງເໜືອຕິດ ກັບແຂວງຫຼວງພະບາງ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງວຽງຈັນ.   ໃນເມື່ອກອ່ນ ເມືອງແປກຂອງພວກເຮົາ ມີກຸ່ມຄົນບໍ່ດີສ້າງຄວາມວຸ່ນວາຍຂຶ້ນຢູ່ທິດຕ່າງໆຂອງເມືອງ, ເພື່ອສະດວກໃນການປົກຄອງ ແລະ ປົກປັກຮັກສາລະບອບໃໝ່ຂອງຊາດ. ດັ່ງນັ້ນ, ພາຍຫຼັງໄດ້ຮັບການປົດປ່ອຍສະຖາປານາ ສປປ ລາວ ວັນທີ 2 ທັນວາ  1975 ມາໃນປີ 1986 ຂັ້ນເທິງໄດ້ແບ່ງອອກເປັນ 4 ຕາແສງຄື: ຕາແສງທ້າຍ, ຕາແສງເຄິງ, ຕາແສງເສັງ ແລະ ຕາແສງສຸຍ ອອກຕັ້ງຊື່ເປັນ ເມືອງພູກູດ. ມາຮອດວັນທີ 5 ກຸມພາ 1992 ໄດ້ແບ່ງ 2 ຕາແສງຄື: ຕາແສງກາງແສນ ແລະ ຕາແສງແສນອຸດົມ ອອກຕັ້ງຊື່ເປັນເມືອງຜາໄຊ. ນັບຕັ້ງແຕ່ປະເທດຊາດ ໄດ້ຮັບການປົດປ່ອຍເມືອງແປກ ໄດ້ກາຍເປັນເມືອງເທດສະບານ ຂອງແຂວງຊຽງຂວາງ.   ໃນສະໄໝບູຮານ ພົງສາວະດານລາວໄດ້ຂຽນໄວ້ວ່າ: ໄດ້ມີຫຼາຍເຜົ່າຊົນໄດ້ຍົກຍ້າຍ ແລະ ຜັນປ່ຽ່ນກັນມາອາໄສຢູ່ຜືນແຜ່ນດິນຂອງເມືອງ...

ແຫຼ່ງທ່ອງທ່ຽວ ຕາດຄະ ແຂວງຊຽງຂວາງ

รูปภาพ
ນ້ຳຕົກຕາດຄะ ແຂວງຊຽງຂວາງ ຢູ່ລະຫວ່າງເສັ້ນທາງໂພນສະຫວັນຫາ ເມືອງໜອງແຮດ 99 ກິໂລແມັດ, ແລະ ຈາກທາງເລກ 7 ເຂົ້າໄປປະມານ 5 ກິໂລແມັດ, ທ່ານສາມາດພົບເຫັນຕາດຄະ ທີ່ເປັນຕາດທຳມະຊາດ ມີຄວາມສວຍງາມເປັນຢ່າງຍິ່ງ. ພາຍໃນຕາດ ປະກອບດ້ວຍຫຼາຍຂັ້ນ. ໃນນັ້ນ ຂັ້ນສຸດທ້າຍມີຄວາມສູງປະມານ40-50 ແມັດ. ແຕ່ລະຂັ້ນ ມີຄວາມສວຍງາມ ແລະ ສາມາດຍ່າງໄດ້ແຕ່ລຸ່ມຂຶ້ນເທິງ. ຄວາມກ້ວາງຂອງຕາດ ປະມານ 40-50 ແມັດ. ພາຍໃນຕາດ ແລະ ອ້ອມຂ້າງ ປະກອບດ້ວຍຕົ້ນໄມ້ ແລະ ຊີວະນາໆພັນ ທີ່ອຸດົມສົມບູນ. ຕາດຄະ ມີນ້ຳໄຫຼຕະຫຼອດປີ ເປັນນ້ຳທີ່ເກີດຈາກຮູຜາ.

ແຫຼ່ງທ່ອງທ່ຽວ ວັດທາດຝຸ່ນ ເມືອງຄູນ ແຂວງຊຽງຂວາງ

รูปภาพ
ຕັ້ງຢູ່ໃຈກາງຂອງເມືອງຄູນ, ປີ ຈສ 307 ໄດ້ປະດິດສະ ຖານທາດນ້ອຍ (ທາດທີ່ຢູ່ທາງໃນ). ຕໍ່ມາພະພຸດທະເຈົ້າ ຢູ່ທີ່ອິນ ເດຍ ໄດ້ປະຣິນິພານ ກໍ່ໄດ້ພາກັນຈູດເຜົາສົບຂອງພະພຸດທະເຈົ້າ, ເມື່ອເຜົາແລ້ວ ກໍ່ໄດ້ປະກາດໃຫ້ຜູ້ຄົນທົ່ວໂລກ ທີ່ນັບຖືສາສະໜາ ພຸດ ມາເອົາກະດູກຂອງພະພຸດທະເຈົ້າໄປບູຊາ ໂດຍການສ້າງທາດໃສ່. ແຕ່ຊາວຊຽງຂວາງໄປຊ້າ ເລີຍໄດ້ແຕ່ຝຸ່ນ; ຈຶ່ງໄດ້ນຳມາສ້າງໄວ້ໃຈກາງຂອງເມືອງພວນ ໂດຍການສ້າງກວມທາດເກົ່າ ໃຫ້ໃຫຍ່ໂຕກ່ວາແຕ່ກ່ອນ ເຊິ່ງກະສັດເມືອງພວນ ອົງທີ 24 ໃນປີ ຈສ 742 ໄດ້ສັ່ງໃຫ້ ສ້າງ. ນອກນັ້ນ ທ່ານຍັງເປັນຜູ້ທີ່ນຳເອົາສາສະໜາພຸດເຂົ້າມາເມືອງພວນ. ນັບແຕ່ນັ້ນມາ ໃນທຸກໆປີ ໃໝ່ ຊາວເມືອງພວນ ໄດ້ພາກັນມາຫົດນ້ຳສົງພະ ແລະ ອວຍພອນຊຶ່ງກັນແລະກັນ ໃນທາດແຫ່ງນີ້. ຈົນມາຮອດປີ ຈສ 1237, ຄສ 1874 ທາດດັ່ງກ່າວ ໄດ້ຖືກສົງຄາມເສິກຫໍ້ທຳລາຍ ເພື່ອຂຸດຄົ້ນເອົາເງິນຄຳທີ່ມີຄ່າ ອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມ. ຕໍ່ມາ ຮອດສະໄໝ ເຈົ້າແຂວງ ຊາຍຄຳ ເປັນເຈົ້າແຜ່ນດິນເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່, ແຕ່ມາຮອດປີ ຄສ 1969 ຖືກສົງຄາມ ຂອງຈັກກະພັດອາເມລິກາທຳລາຍ ຈຶ່ງເຮັດໃຫ້ທາດດັ່ງກ່າວຊຸດໂຊມລົງອີກ ແລະ ເປັນດັ່ງທີ່ເຮົາເຫັນເຖິງທຸກວັນນີ້.

ແຫຼ່ງທ່ອງທ່ຽວວັດເພຍວັດ ເມືອງຄູນ ແຂວງຊຽງຂວາງ

รูปภาพ
ວັດ​ເພຍ​ວັດ ຕັ້ງຢູ່ໃຈກາງຂອງ ເມືອງຄູນ ເຊິ່ງ ຫ່າງຈາກຕົວ ເມືອງ ໂພນສະຫວັນ ປະມານ 30 ກິໂລແມັດ, ເປັນວັດທີ່ສ້າງຕັ້ງຂຶ້ນກ່ອນໝູ່ໝົດ ໃນດິນແດນຂອງ ເມືອງພວນ; ສ້າງຂຶ້ນໃນປີ ຈສ 744, ຈົນມາຮອດປະຈຸບັນ (2006) ມີອາຍຸໄດ້ 675 ປີ. ເຈົ້າລ້ານຄຳກອງ ເປັນອາດຍາປົກຄອງ ເມືອງພວນ ໄດ້ນຳພາປະຊາຊົນ ເພື່ອຊອກ ຫາຊ່າງ ຜູ້ມີສີມືໃນການສ້າງວັດວາອາຮາມ ຈຶ່ງພົບອາຈານທຳມະຄາຖາ ຜູ້ທີ່ມີສີມືໃນການສ້າງວັດ ຢູ່ ຫຼວງພະບາງມາແລ້ວມາສ້າງ. ພໍສ້າງສຳເລັດແລ້ວ ເຈົ້າລ້ານຄຳກອງ ໄດ້ນຳ ພະພຸດທະຮູບ ອົງສັກສິດ ມາຈາກຫົງສາວະດີ (ພະມ້າໃນປະຈຸບັນ) ມາປະທັບໄວ້ ທີ່ວັດດັ່ງກ່າວ. ໃນຍຸກສະ​ໄໝນັ້ນ ເມືອງພວນ ມີຄວາມຈະເລີນຮຸ່ງເຮືອງເຖິງຂີດສຸດ.        ດັ່ງນັ້ນ ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນ ຂອງ ພະສົງສາມະເນນ ໃນຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ຈສ 1287 ສົງຄາມພາຍນອກ ໄດ້ເຂົ້າມາມ້າງ ເພທຳລາຍ (ເສິກຫໍ້) ເຊິ່ງພວກເຂົາ ໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ. ມາຮອດປີ ຄສ 1953, ຈສ 1315 ໄດ້ຖືກສົງຄາມ ຂອງຈັກກະພັດ ຝຣັ່ງ ທໍາລາຍສິມ ແລະ ພະພຸດທະຮູບ ເຮັດໃຫ້ເພພັງຢ່າງໜັກ. ຕໍ່ມາ ຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນເຈົ້າປົກຄອງ ເມືອງພວນ ໄດ້ນຳພ...

ແຫຼ່ງທ່ອງທ່ຽວຖໍ້າປິວ ເມືອງຄຳ ແຂວງຊຽງຂວາງ

รูปภาพ
ຖໍ້າປິວ ເມືອງຄຳ ແຂວງຊຽງຂວາງ ເລີ່ມແຕ່ປີ 1964 (ສົງຄາມເພີມທະວີຢູ່ລາວ) ຂອງອາເມລິກາ ແລະ ລູກມືຫວັງດັບມອດຂະບວນ ການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆ, ພວກເຂົາໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍຂອງກຳລັງຮັກຊາດດ້ວຍຫຼາຍບັ້ນຮົບ ໃນຂອບເຂດທົ່ວປະເທດ.     ຢູ່ຊຽງຂວາງ ພວກ​ເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3ກ້ຽງ-ຂ້າກ້ຽງ, ທຳລາຍກ້ຽງ, ດັບສູນກ້ຽງ.ແຕ່ຍຸດທະສາດບຽດຍຶດ ຂອງພວກເຮົາເຂດປົດປ່ອຍຂອງພວກເຂົາ ໄດ້ຖືກກຳລັງຮັກ ຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນ ຢ່າງດຸເດືອດ ພິລະອາດຫານ, ສາມາດຕີຖອຍ ແລະ ເປີດກ້ວາງເຂດປົດປ່ອຍຂຶ້ນເລື້ອຍໆ; ພາຍໃຕ້ການນຳພາຂອງສູນກາງ ພັກ ໂດຍສະເພາະຂອງຄະນະພັກການທະຫານ ແຂວງຊຽງຂວາງ ອັນມີ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນ ຊາການສູງສຸດ, ສາມາດທັບມ້າງກົນອຸບາຍບຽດຢຶດເຂດປົດປ່ອຍຂອງພວກເຂົາ ໃຫ້ປະລາໄຊລົງ.      ຍ້ອນການປະລາໄຊ ອັນເຈັບແສບຢູ່ບັ້ນຮົບຕ່າງໆດັງກ່າວ ພວກເຂົາຈຶ່ງເພີ່ມທະວີຝຸງຍົນສູ້ຮົບຍິງທຳລາຍ, ເຜົາຜ່ານເຂດປົດປ່ອຍຢ່າງປ່ວງບ້າ, ໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ ຕະຫຼອດຮອດເຮືອນຊານບ້ານຊ່ອງຂອງປະຊາຊົນເຊັ່ນ: ໂຮງຮຽນ, ໂຮງໝໍ, ວັດວາອາ...

ແຫຼ່ງທ່ອງທ່ຽວບໍ່ນໍ້າອຸ່ນ ເມືອງຄຳ ແຂວງຊຽງຂວາງ

รูปภาพ
ບໍ່ນໍ້າຮ້ອນ ເມືອງຄຳ ແຂວງຊຽງຂວາງ     ບໍ່ນ້ຳຮ້ອນ ຕັ້ງຢູ່ພາກຕາເວັນອອກຂອງເມືອງຄຳ ຫ່າງຈາກຕົວເມືອງໂພນສະຫວັນປະມານ 70KM ໄປຕາມທາງເລກ7 ແລ້ວແຍກເຂັົ້າໄປປະມານ 4-5KM ບໍ່ຮ້ອນມີຄວາມຮ້ອນອຸນຫະພູມສູງ ສາມາດເຕົ້າໄຂ່ໃຫ້ສຸກໄດ້ ແຕ່ລະປີມີນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ໄປທ່ຽວ ແລະໄປອາບນ້ຳບໍ່ຂາດ ໂດຍສະເພາະ ຍາມງານບຸນຕ່າງໆເຊັ່ນ ບຸນປີໃຫມ່ລາວ ແລະອື່ນໆ ເພາະເຊື່ອກັນວ່າເມື່ອໄດ້ອາບນ້ຳຮ້ອນບໍ່ດັ່ງກ່າວແລ້ວ ສາມາດເຮັດໃຫ້ຄົນທີ່ເປັນໂລກຜີວໜັງ ຢ່າງເຊັ່ນ ເປັນຕຸ່ມຕາມຜີວໜັງໃຫ້ຫາຍດີໄດ້ວ່າຊັ້ນ.

ແຫຼ່ງທ່ອງທ່ຽວໄຫຫີນ 1, 2, 3 ແຂວງຊຽງຂວາງ

รูปภาพ
ທົ່ງໄຫຫີນ  - ໄຫຫີນ 3 (ກຸ່ມທີ່ 1, ກຸ່ມທີ່ 2, ກຸ່ມທີ່ 3)     ຫ່າງຈາກຕົວເມືອງໂພນສະຫວັນ ປະມານ 32 ກິໂລແມັດ, ມີເນື້ອທີ່ທັງໝົດ 54,138.04 ຕາແມັດ, ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ທີ່ໄດ້ຮັບຄວາມນິຍົມເປັນອັນດັບ 3 ຂອງແຂວງ ຊຽງຂວາງ (ຈາກການສະຫຼຸບໃບປ່ອຍ). ໃນນັ້ນມີໄຫຫີນທັງໝົດ 150 ໜ່ວຍ, ມີຕົ້ນໄມ້ທີ່ສວຍງາມ. ໃນລະດູແລ້ງ ສາມາດເດີນທາງໄປເຖິງແຫຼ່ງທ່ອງທ່ຽວ ໄດ້ຢ່າງສະດວກສະບາຍ, ສ່ວນລະດູຝົນນັກທ່ອງທ່ຽວບ່າງຄົນບໍ່ສາມາດໄປໄດ້ ຍ້ອນທາງຍ່າງ ຈາກບ້ານຂ້າມທົ່ງນາໄປຫາທົ່ງໄຫຫີນ ມີຄວາມຫຍຸ້ງຍາກຫຼາຍ. Tour Xieng Khouang, Laos: ປະກາດ ປະກາດ ຊຽງຂວາງ  ປຣແກຣມທົວລາວກັບ ທ່ອງທ່ຽວ ທົ່ງໄຫຫີນ ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫເຮັດດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດເມືອງໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກ. ໃນແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫ...

ບັນດາເມືອງ ແລະ ສະຖານທີ່ທ່ອງທ່ຽວທີ່ສຳຄັນ

ບັນດາເມືອງ ເມືອງໂພນສະຫວັນ(ເມືອງແປກ)(9-01) ເມືອງຄຳ(9-02) ເມືອງໜອງແຮດ(9-03) ເມືອງຄູນ(9-04) ເມືອງໝອກໃໝ່(9-05) ເມືອງພູກູດ(9-06) ເມືອງຜາໄຊ(9-07) ເມືອງທ່າໂທມ ໝາຍເຫດ: ສຳລັບເມືອງ ທ່າໂທມ ແມ່ນຂຶ້ນກັບແຂວງ ໄຊສົມບູນແລ້ວ(9-08)ສະຖານທີ່     ທ່ອງທ່ຽວ ທົ່ງໄຫຫີນ ບໍ່ນ້ຳຮ້ອນ ວັດເພຍວັດ ຖ້ຳພະ(ເມືອງພູກູດ)

ທີ່ຕັ້ງ

ທີ່ຕັ້ງ ທິດເໜືອຕິດກັບ ແຂວງຫົວພັນ ທິດໃຕ້ຕິດກັບ ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ ທິດຕາເວັນຕົກຕິດກັບ ແຂວງຫລວງພະບາງ

ລັກສະນະພູມສັນຖານ

ລັກສະນະພູມສັນຖານ ແຂວງຊຽງຂວາງຕັ້ງຢູ່ທາງພາກເໜືອຂອງປະເທດລາວ ມີພື້ນທີ່ເປັນລັກສະນະພູພຽງ ຢູ່ສູງກວ່າລະດັບນຳທະເລ ໑໒໐໐ ແມັດ ມີອາກາດໜາວເກືອບຕະຫລອດປີ. ຍັງມີພູພຽງເມືອງພວນ ທີ່ອຸດົມສົມບູນ ເປັນພູພຽງທີ່ອ້ອມຮອບດ້ວຍພູສູງ ແລະ ຍັງມີພູເບ້ຍ ເຊ່ິງເປັນພູທີ່ສູງທີ່ສຸດໃນປະເທດລາວ ມີຄວາມສູງ 2820 ແມັດ. ໂພນ​ສະ­ຫວັນ ຄ້າຍ­ຄື​ກັນ​ກັບສະ­ຫວັນ​ຂອງ​ຄົນ​ເມືອງ​ເຫນືອ ກໍ່​ວ່າ​ໄດ້ດຳ­ລົງ​ຊີ­ວິດ​ອາ­ໄສ​ຕາມທຳ​ມະ​ຊາດ​ໃນ​ເຂດ​ເນີນ​ພູ, ທົ່ງພຽງ​ລຽບ​ຕາມ​ລຳ​ນ້ຳ­ຂອງ ຫລື ຕາມ​ຈ້າຍ​ພູບວກ​ກັບ​ຄວາມ​ຈະເລີນ​ຮຸ່ງ­ເຮືອງ​ໃນ​ປະ­ຈຸ​ບັນ​ເຮັດໃຫ້​ບ່ອນ​ດັ່ງ­ກ່າວ​ນີ້​ມີ​ໂສມ​ຫນ້າໃຫມ່​ປະ­ດັບ​ດິນ­ແດນ​ອິດ­ສະ­ຫລະສາຍ​ຖະ­ຫນົນ­ຫລວງ​ຄົດ​ລ້ຽວ​ໂງເງ ຕາມ​ຮ່ອມ​ພູ, ສັນ­ພູ ໃນ​ປະ­ຈຸບັນ​ເຂດ​ທົ່ງ​ໄຫ​ຫີນ​ມີ​ອາ­ ກາດຫນາວ​ເຢັນ​ຕະ­ຫລອດ​ປີ ຖະ­ຫນົນສາຍ​ຫລັກ​ທີ່​ຄົດ​ລ້ຽວ ບ້ານ​ໂພນສະ­ຫວັນ ເບິ່ງ​ຄື​ກັນ​ກັບ​ວ່າ​ເປັນອານາ​ນິ­ຄົມ​ຂອງ​ປະ­ຊາ­ຊົນ​ໃນເຂດ​ນັ້ນ​ຍອຍ​ປ່າ​ສົນ​ເປັນ​ສີ­ຂຽວປົກ​ຄຸມ​ເຮັດ​ໃຫ້​ຫມູ່​ບ້ານ​ດັ່ງ­ກ່າວ ມີ​ສີ­ສັນ​ຂຶ້ນ​ຕື່ມເປັນ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທີ່​ຍັງ​ບໍ່​ຊ້ຳ​ແບບ​ກັບບ່ອນ​ອື່ນ​ຂອງ​ແຂວງ ມັນ​ຍັງ​ມີ​ສະເຫນ​ຂອງ​ມັນ​ຢູ່​ໃນ​ຄວາມ​ລຽບງ່າຍ​ທີ່​ອຸ­ດົມ​ໄປ​ດ້ວຍ​ປະ­ຫວັດສາດ​ທາງ​ດ້ານ​ວັດ­ທະ...

ປະຫວັດຂອງແຂວງຊຽງຂວາງ

ໃນຊ່ວງປີ ຄ.ສ 1970 ແຂວງຊຽງຂວາງເປັນສະໜາມຮົບອັນດຸເດືອດຫຼາຍຄັ້ງ ໃນຍຸກສົງຄາມອີນດູຈີນ ຫຼື ສົງຄາມຫວຽດນາມທີ່ຜ່ານມາ ອາດເປັນເພາະວ່າໃນອະດີດ ແຂວງຊຽງຂວາງ ຄືຈຸດຍຸດທະສາດທີ່ສຳຄັນແຫ່ງໜຶ່ງຂອງປະເທດລາວ ເພາະຕັ້ງຢູ່ທາງທິດຕາເວັນອອກສ່ຽງເຫນືອຂອງປະເທດລາວ ຢູ່ຫ່າງຈາກນະຄອນຫຼວງວຽງຈັນປະມານ 400 ກິໂລແມັດ ແລະ ຫ່າງຈາກເມືອງເອກຂອງແຂວງຊຽງຂວາງ ຂ້າມພູເຂົາທີ່ສະຫລັບຊັບຊ້ອນຕາມເສັ້ນທາງຫມາຍເລກ 7 ໄປສິ້ນສຸດດ່ານນ້ຳກັ່ນ ຊາຍແດນທາງຕອນເໜືອຂອງປະເທດຫວຽດນາມ ໄລຍະທາງພຽງ 130 ກິໂລແມັດ ເຊິ່ງໃນຊ່ວງສົງຄາມອິນດູຈີນທາງເສັ້ນນີ້ເປັນເສັ້ນທາງຂົນສົ່ງກຳລັງ ລວມທັງອາວຸດຍຸດໂທປະກອນຕ່າງໆ ຈາກປະເທດຫວຽດນາມເໜືອ ສູ່ກະບວນການ ປະເທດລາວ ຈຶ່ງເປັນເຫດເຮັດໃຫ້ ອາເມຣິການຳເອົາຍົນຖິ້ມລະເບີດ ຈົນເຮັດໃຫ້ແຂວງຊຽງຂວາງຖືກເຜົາລ້າງ ບໍ່ມີບ້ານເຮືອນຂອງປະຊາຊົນຈັກຫຼັງ ສ່ວນປະຊາຊົນຕ້ອງອົບພະຍົບເຂົ້າໄປປະເທດຫວຽດນາມສ່ວນຫນື່ງ ແລະ ໄປວຽງຈັນອີກສ່ວນຫນຶ່ງ ຫຼັງຈາກສິ້ນສຸດສົງຄາມແລ້ວ ແຂວງຊຽງຂວາງ ຈຶ່ງໄດ້ຍ້າຍເມືອງເອກເກົ່າ ຄືເມືອງຄູນມາຕັ້ງເມືອງໃຫມ່ຂື້ນ ໃສ່ຊື່ວ່າ ເມືອງແປກ ຫຼື ທີ່ຮູ້ຈັກກັນຄືໂພນສະຫວັນ ໃນປີ ຄ.ສ 1970 ຫລື ເມື່ອປະມານ 30 ກວ່າປີທີ່ຜ່ານມາ ແຂວງຊຽງຂວາງ ເຄີຍເປັນສະໝໍລະພູມຮົບ ອັນດຸເດືອດນັບເທື່ອບໍ່ຖ້ວນ ໃນຍ...