ລັກສະນະທີ່ຕັ້ງ
ລັກສະນະພູມສັນຖານ
ແຂວງຊຽງຂວາງຕັ້ງຢູ່ທາງພາກເໜືອຂອງປະເທດລາວ ມີພື້ນທີ່ເປັນລັກສະນະພູພຽງ ຢູ່ສູງກວ່າລະດັບນຳທະເລ ໑໒໐໐ ແມັດ ມີອາກາດໜາວເກືອບຕະຫລອດປີ. ຍັງມີພູພຽງເມືອງພວນ ທີ່ອຸດົມສົມບູນ ເປັນພູພຽງທີ່ອ້ອມຮອບດ້ວຍພູສູງ ແລະ ຍັງມີພູເບ້ຍ ເຊ່ິງເປັນພູທີ່ສູງທີ່ສຸດໃນປະເທດລາວ ມີຄວາມສູງ 2820 ແມັດ.
ໂພນສະຫວັນ ຄ້າຍຄືກັນກັບສະຫວັນຂອງຄົນເມືອງເຫນືອ ກໍ່ວ່າໄດ້ດຳລົງຊີວິດອາໄສຕາມທຳມະຊາດໃນເຂດເນີນພູ, ທົ່ງພຽງລຽບຕາມລຳນ້ຳຂອງ ຫລື ຕາມຈ້າຍພູບວກກັບຄວາມຈະເລີນຮຸ່ງເຮືອງໃນປະຈຸບັນເຮັດໃຫ້ບ່ອນດັ່ງກ່າວນີ້ມີໂສມຫນ້າໃຫມ່ປະດັບດິນແດນອິດສະຫລະສາຍຖະຫນົນຫລວງຄົດລ້ຽວໂງເງ ຕາມຮ່ອມພູ, ສັນພູ ໃນປະຈຸບັນເຂດທົ່ງໄຫຫີນມີອາ ກາດຫນາວເຢັນຕະຫລອດປີ ຖະຫນົນສາຍຫລັກທີ່ຄົດລ້ຽວ ບ້ານໂພນສະຫວັນ ເບິ່ງຄືກັນກັບວ່າເປັນອານານິຄົມຂອງປະຊາຊົນໃນເຂດນັ້ນຍອຍປ່າສົນເປັນສີຂຽວປົກຄຸມເຮັດໃຫ້ຫມູ່ບ້ານດັ່ງກ່າວ ມີສີສັນຂຶ້ນຕື່ມເປັນສະຖານທີ່ທ່ອງທ່ຽວທີ່ຍັງບໍ່ຊ້ຳແບບກັບບ່ອນອື່ນຂອງແຂວງ ມັນຍັງມີສະເຫນຂອງມັນຢູ່ໃນຄວາມລຽບງ່າຍທີ່ອຸດົມໄປດ້ວຍປະຫວັດສາດທາງດ້ານວັດທະນະທຳ ເຮົາຈະເຫັນລູກລະເບີດທີ່ໃຊ້ເປັນເສົາຮົ້ວບ້ານ ແລະ ເປັນຮາງໂຕ່ງນ້ຳໃນຍາມຝົນໃນເຂດຊົນນະບົດ.

ความคิดเห็น
แสดงความคิดเห็น