ແຫຼ່ງທ່ອງທ່ຽວ ຕາດຄະ ແຂວງຊຽງຂວາງ
ນ້ຳຕົກຕາດຄะ ແຂວງຊຽງຂວາງ
ຢູ່ລະຫວ່າງເສັ້ນທາງໂພນສະຫວັນຫາ ເມືອງໜອງແຮດ 99 ກິໂລແມັດ, ແລະ ຈາກທາງເລກ 7 ເຂົ້າໄປປະມານ 5 ກິໂລແມັດ, ທ່ານສາມາດພົບເຫັນຕາດຄະ ທີ່ເປັນຕາດທຳມະຊາດ ມີຄວາມສວຍງາມເປັນຢ່າງຍິ່ງ. ພາຍໃນຕາດ ປະກອບດ້ວຍຫຼາຍຂັ້ນ. ໃນນັ້ນ ຂັ້ນສຸດທ້າຍມີຄວາມສູງປະມານ40-50 ແມັດ. ແຕ່ລະຂັ້ນ ມີຄວາມສວຍງາມ ແລະ ສາມາດຍ່າງໄດ້ແຕ່ລຸ່ມຂຶ້ນເທິງ. ຄວາມກ້ວາງຂອງຕາດ ປະມານ 40-50 ແມັດ. ພາຍໃນຕາດ ແລະ ອ້ອມຂ້າງ ປະກອບດ້ວຍຕົ້ນໄມ້ ແລະ ຊີວະນາໆພັນ ທີ່ອຸດົມສົມບູນ. ຕາດຄະ ມີນ້ຳໄຫຼຕະຫຼອດປີ ເປັນນ້ຳທີ່ເກີດຈາກຮູຜາ.
ความคิดเห็น
แสดงความคิดเห็น